ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2025 ຢູ່ທີ່ຫ້ອງວ່າການແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ.ເຂົ້າຮ່ວມມີຮອງເຈົ້າແຂວງ,ຄະນະນຳ,ຫົວຫນ້າພະແນກການ,ອົງການ,ກົມກອງ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ
ໄດ້ເປັນກຽດກ່າວເປີດຢ່າງເປັນທາງການ ບາງຕອນ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະ5ປີຄັ້ງທີ6,ເຊິ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດວຽກງານ,ພ້ອມທັງປຶກສາຫາລືວາງທິດທາງແຜນການປີ2025ຕາມວຽກງານປິ່ນອ້ອມໃນທົ່ວແຂວງເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແລະ ວຽກງານອື່ນໆ ພ້ອມນີ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດເຫັນເຫັນເພື່ອພ້ອມກັນເປັນເອກກະພາບຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ.
ໃນກອງປະຊຸມ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ແຂວງວຽງຈັນ ຍັງໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024 ຍັງສືບຕໍ່ປະເຊີນ ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າຍທາງດ້ານງົບປະມານຂອງລັດ, ເງິນກີບອ່ອນຄ່າແຮງ, ອັດຕາເງິນເຟີ້ສູງ, ລາຄາ ສິນຄ້າອຸປະໂພກ-ບໍລິໂພກ ແລະ ນໍ້າມັນມີລາຄາເພີ່ມຂື້ນສູງ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ສິ່ງເຫຼົ່ານີ້ໄດ້ສົ່ງຜົນກະທົບ ຕໍ່ເສດຖະກິດ ແລະ ນໍາໄປສູ່ຄວາມຫຍຸ້ງຍາກຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ທຸລະກິດການລົງທຶນ. ຕໍ່ກັບ ສະພາບການດັ່ງກ່າວການນໍາແຂວງວຽງຈັນ ກໍໄດ້ຊີ້ນໍາ-ນໍາພາພະແນກການຕ່າງໆຂອງແຂວງ ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາຂອງຕົນຢ່າງຕັ້ງໜ້າຕາມມະຕິຂອງສະພາປະຊາຊົນແຂວງວຽງຈັນ ສະບັບເລກທີ 118/ສພຂ.ວຈ, ລົງ ວັນທີ 29 ທັນວາ 2023 ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2024, ຈິ່ງເຮັດໃຫ້ ແຂວງວຽງຈັນ ສິບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ.ຄາດຄະເນປະຕິບັດໝົດປີ 2024 ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໄດ້ 5.3%, ເທົ່າກັບ 98.14% ຂອງແຜນການ (ແຜນ 5.4%), ຄິດເປັນມູນຄ່າລາຄາໃນປີ 2024 ໄດ້ 11,998 ຕື້ກີບ ຫຼື ເທົ່າກັບ 107.23 % ຂອງແຜນການ (ແຜນ 11,189 ຕື້ກີບ) ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ 23.22 ລ້ານກີບ ຫລື 1,161 ໂດລາ (ອັດຕາແລກປ່ຽນ 20,000 ກີບ/ໂດລາ) ເທົ່າກັບ 97.48% ຂອງແຜນການ (ແຜນ 1,191 ໂດ ລາ), ການຂະຫຍາຍຕົວໃນແຕ່ລະຂົງເຂດ ຂະແໜງກະສິກຳ: ຂະຫຍາຍຕົວ 4.14%, ກວມເອົາ 31.58% ຂອງ GDP (ແຜນຂະຫຍາຍຕົວ 4.2% ກວມເອົາ 33.87% ຂອງ GDP)
ຂະແໜງອຸດສາຫະກຳ: ຂະຫຍາຍຕົວ 5.60%, ກວມເອົາ 31.79% ຂອງ GDP (ແຜນຂະຫຍາຍຕົວ 6.2% ກວມເອົາ 34.11% ຂອງ GDP),ຂະແໜງບໍລິການ: ຂະຫຍາຍຕົວ 6.63%, ກວມເອົາ 33.90% ຂອງ GDP (ແຜນຂະຫຍາຍຕົວ 6.5% ກວມເອົາ 29.28% ຂອງ GDP),ພາສີ-ອາກອນຜະລິດຕະພັນ: ຂະຫຍາຍຕົວ 1.31%, ກວມເອົາ 2.73% ຂອງ GDP (ແຜນຂະຫຍາຍຕົວ 1.1%, ກວມເອົາ 2.74% ຂອງ GDP).
ແຜນພັດທະນາເສດຖະກິດ-ສັງຄົມປະຈຳປີ 2025 ຂອງແຂວງວຽງຈັນ, ເປັນປີທ້າຍຂອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VI (2021-2025) ຂອງແຂວງວຽງຈັນ, ຊຶ່ງປີ 2025 ຈະຕ້ອງສຸມໃສ່ປະຕິບັດບັນດາ ທິດທາງ, ຄາດໝາຍ ແລະ ວຽກຈຸດສຸມ
1. ແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ແມ່ນເປັນແຜນບຸກບືນສູ້ຊົນຄາດໝາຍຕ່າງໆ ທີ່ປະຕິບັດໄປ ຕ້ອງໄດ້ສູ້ຊົນໃຫ້ປີ2025 ມີຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄປຕາມແຜນທີ່ກຳນົດໄວ້.
2. ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນຕື່ມ ດ້ວຍການຂະຫຍາຍການເຂົ້າເຖິງການ ບໍລິການຂັ້ນພື້ນຖານຂອງລັດໃຫ້ທົ່ວເຖິງ ແລະ ມີຄຸນນະພາບ ເພື່ອເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ.
3. ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ໃຫ້ ແຂງແຮງ ແລະ ມີຈຸດສຸມກວ່າເກົ່າ.
4. ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ, ມີຄວາມຍືນຍົງ ເພື່ອກຽມ ຄວາມພ້ອມຮັບມືກັບໄພພິບັດທຳມະຊາດ.
5. ຫັນການຄຸ້ມຄອງບໍລິຫານລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມກົດໝາຍ ແລະ ລະບຽບການໃຫ້ເຂັ້ມງວດ ກວ່າເກົ່າ ແລະ ກ້າວສູ່ຄວາມທັນສະໄໝ, ມີຄວາມກະທັດຮັດ, ໂປ່ງໃສ, ມີປະສິດທິພາບ ແລະ ຮັບໃຊ້ ປະຊາຊົນທີ່ແທ້ຈິງ, ຕັ້ງໜ້າແກ້ໄຂບັນດາຂອດຂຶ້ນອຸດຕັນ-ທ່ວງດຶງການບໍລິການຂອງລັດ.
6. ເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ ແລະ ປະເທດບ້ານໃກ້ເຮືອນຄຽງ ຕາມຫຼັກການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສົ່ງເສີມທ່າແຮງຕາມ ແລວທາງເສດຖະກິດ 443 ຂອງແຂວງໃຫ້ເຊື່ອມໂຍງ ແລະ ເຊື່ອມຈອດກັບບັນດາແຂວງ ແລະ ປະເທດໃກ້ ຄຽງ ເພື່ອຍາດແຍ່ງເອົາການສະໜັບສະໜູນທາງດ້ານທຶນຮອນ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ.