ໜ້າຫຼັກ / ການເຄື່ອນໄຫວ / ກອງປະຊຸມປຶກສາຫາລືກ່ຽວກັບເອກະສານປະມູນການບໍລິຫານຄຸ້ມຄອງສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ1.

ກອງປະຊຸມປຶກສາຫາລືກ່ຽວກັບເອກະສານປະມູນການບໍລິຫານຄຸ້ມຄອງສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ1.

13 Jan 2025 | ນັກ​ຂ່າ​ວ​ແຂວງວຽງ​ຈັນ |

      ໃນຕອນບ່າຍຂອງວັນທີ 14 ມັງກອນ 2025 ໄດ້ມີການກອງປະຊຸມປຶກສາຫາລືກ່ຽວກັບເອກະສານປະມູນການບໍລິຫານຄຸ້ມຄອງສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ1ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ2ຂອງຫ້ອງວ່າການປົກຄອງແຂວງ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນ,ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼ່ງຂ່າວ,ວັດທະນະທຳແລະທ່ອງທ່ຽວພ້ອມດ້ວຍຄະນະ,ມີບັນດາຫົວໜ້າພະແນກການຂັ້ນແຂວງ,ຂັ້ນເມືອງແລະກຸ່ມບໍລິສັດເຂົ້າຮ່ວມ.
     ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງໆວຽງຈັນໄດ້ກ່າວວ່າ:ສໍາລັບການບໍລິຫານ ແລະ ຄຸ້ມຄອງສິ່ງກໍ່ສ້າງຂອງໂຄງການນັ້ນ ກໍ່ເປັນສິ່ງສໍາຄັນ ແລະ ຈຳເປັນ ທີ່ ພາກ-ລັດທຸກຂະແໜງການຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ຕ້ອງໄດ້ຮ່ວມມືກັນປົກປັກຮັກສາຊັບສົມບັດ ຂອງໂຄງການ ກໍ່ຄືຂອງລັດ ໃຫ້ສາມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ເກີດປະໂຫຍດສູງສຸດໃຫ້ແກ່ການ ພັດທະນາດ້ານການທ່ອງທ່ຽວ ແລະ ເສດຖະກິດຂອງທ້ອງຖີ່ນ, ຄວນໃຫ້ມີບໍລິສັດເອກະຊົນ ເພື່ອເປັນຕົວແທນໃຫ້ແກ່ພາກລັດ ເຂົ້າມາຊ່ວຍໃນການ ບໍລິຫານ-ຄຸ້ມຄອງ ຈະອາໃສແຕ່ປະຊາຊົນ ຫລື ຜູ້ປະກອບການຢູ່ທ້ອງຖິ່ນນັ້ນ ອາດຈະບໍ່ສາມາດຄຸ້ມ ຄອງໂຄງລ່າງພື້ນຖານ-ຖະໜົນຫົນທາງ, ອາຄານຮ້ານຄ້າ ແລະ ສິ່ງກໍ່ສ້າງອື່ນໆຂອງໂຄງການ ທັງໝົດໄດ້ . ສໍາລັບບໍລິສັດທີ່ຈະເຂົ້າມາບໍລິຫານ-ຄຸ້ມຄອງນັ້ນ ກໍ່ຕ້ອງເປັນບໍລິສັດທີ່ ຮັບຮູ້ ແລະ ເຂົ້າໃຈ ຕໍ່ສະພາບ ການດໍາເນີນທຸລະກິດທ່ອງທ່ຽວຢູ່ອ່າງນໍ້າງື່ມເປັນຢ່າງດີ ມີປະສົບການໃນດ້ານການບໍລິຫານຈັດການ ຕາມຮູບແບບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເປັນຕົວແທນໃຫ້ແກ່ພາກລັດໃນການຊຸກຍູ້ ນໍາພາປະຊາຊົນຊົນທ້ອງຖິ່ນ ເຮັດການບໍລິການຕ້ອນຮັບນັກທ່ອງທ່ຽວມາທ່ຽວອ່າງນໍ້າງື່ມດ້ວຍຄວາມປະທັບໃຈມາແລ້ວຢາກມາອີກ,ມີຫຼາກຫຼາຍສີສັນແລະມີຄວາມຍືນຍົງ.
       ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖວທ ທ່ານໄດ້ກ່າວວ່າ: ຕາມການນຳສະເໜີບັນດາເງື່ອນໄຂທີ່ສຳຄັນແລະການປະມູນເປັນເອກະພາບກັນກ່ອນທີ່ຈະໄດ້ດຳເນີນການປະມູນເອົາບັນດາບໍລິສັດທີ່ມີປະສົບການສູງໃນການບໍລິຫານຄຸ້ມຄອງການທ່ອງທ່ຽວເພື່ອມາບໍລິຫານຢູ່ໃນເຂດອ່າງນ້ຳງື່ມ 1 ເຊິ່ງເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ມີຄວາມສຳຄັນຢູ່ໃນປະເທດແລະພາຍໃນຂົງເຂດກໍ່ຄືແຂວງວຽງຈັນສະນັ້ນຜ່ານຮ່າງເອກະສານປະມູນຈຶ່ງເຫັນດີເອກະພາບກັນທີ່ຈະດຳເນີນການປະເມີນໂດຍກະຊວງ ຖວທ ຈະໄດ້ເປັນຜູ້ດຳເນີນການເປີດປະມູນໂດຍຈະໄດ້ໂຄສະນາຢ່າງກ້ວາງຂວາງແລະເປັນໄປຕາມລະບຽບກົດໝາຍທີ່ທາງທະນາຄານ ADB ກຳນົດໄວ້ ແລະ ຮັບປະກັນຄວາມໂປ່ງໃສ, ສະເໜີມາຍັງພະແນກການທີ່ກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງໃຫ້ພ້ອມກັນມີສ່ວນຮ່ວມໃນການປະມູນຄັ້ງນີ້.
ໃນກອງປະຊຸມຫຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ກອງປະຊຸມໄດ້ມີເນື້ອໃນສົມບູນຄົບຖ້ວນມີຄວາມເປັນເອກະພາບລະຫວ່າງຂັ້ນສູນກາງແລະທ້ອງຖິ່ນເພື່ອເປັນນິຕິກຳທີ່ສາມາດປະຕິບັດຮ່ວມກັນໄດ້ທັງພາກລັດແລະພາກທຸລະກິດເພື່ອພ້ອມກັນສືບຕໍ່ຊຸກຍູ້ສົ່ງເສີມວຽກງານການພັດທະນາທ່ອງທ່ຽວບໍລິເວນອ່າງນ້ຳງື່ມ 1 ເມືອງແກ້ວອຸດົມກໍຄືແຂວງວຽງຈັນແລະສືບຕໍ່ພັດທະນາແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ສຳເລັດກິດຈະກຳປະຕິບັດທັມກັມມະຖານ ແລະ ຜ້າປ່າສາມັກຄີ ຢູ່ສຳນັກສົງວັງຊ້າງ

  • 31 Jan 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

         ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ມອບເງິນຊົດເຊີຍງວດ 4 ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ADB ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ

  • 30 Jan 2025
  • ແກ້ວ​ອຸ​ດົມ ໄຊ​ຍະ​ລາດ

         ໃນວັນທີ 30 ມັງກອນ 2025...

ອ່ານເພີ່ມ

ການເມືອງ

ພະແນກ ຖວທ ແຂວງວຽງຈັນ ປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງຊາດ.

  • 29 Jan 2025
  • ບຸນ​ມາ ແກ້ວ​ບຸດ​ດາ

      ໃນວັນທີ 29 ມັງກອນ 2025ນີ້,​...

ອ່ານເພີ່ມ

ເສດຖະກິດ

ສະຫຼຸບການຈັດຕັັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວແຂວງວຽງຈັນ ປະຈຳປີ 2024.

  • 28 Jan 2025
  • ສົມ​ສັກ

...

ອ່ານເພີ່ມ