
ທ່ານ ແອ ລັດສະໝີ ອາຍຸ 51 ປີ, ປະຈຸບັນຢູ່ບ້ານວຽງສະໄໝ, ເມືອງກາສີ, ແຂວງວຽງຈັນ ເຊິ່ງເປັນຄອບຄົວຕົວແບບໃນການປູກໝາກກ້ຽງນ້ອຍ ໄດ້ຂຶ້ນປະກອບຄຳເຫັນ ກ່ຽວກັບການປູກໝາກກ້ຽງນ້ອຍ ເພື່ອແກ້ໄຂຄວາມທຸກຈົນໃນຄອບຄົວ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ທີ່ໄຂຂຶ້ນໃນລະຫວ່າງ ວັນທີ 8-9 ມັງກອນ 2025 ທີ່ຜ່ານມາ,
ເຊິ່ງທ່ານກ່າວວ່າ: ຕົນເອງກໍາເນີດໃນຄອບຄົວທີ່ທຸກຍາກ, ໃນປີ 1990 ໄດ້ແຕ່ງງານກັບ ນາງ ມີ, ມີລູກຮ່ວມກັນ 3 ຄົນ, ຍິງ 2 ຄົນ ນັບແຕ່ໄດ້ສ້າງຄອບຄົວເປັນຕົ້ນມາ ຄອບຄົວ ແມ່ນຂາດເນື້ອທີ່ທຳການຜະລິດ ອາໄສເຮັດນຳພໍ່ແມ່ ເນື້ອທີ່ກໍ່ມີໜ້ອຍ ຕົນເອງຈຶ່ງໄດ້ໄປເປັນກຳມະກອນກໍ່ສ້າງນຳພວກຮັບເໝົາເຮັດເຮືອນຕາມບ້ານ ເພື່ອນຳເອົາເງິນຄ່າແຮງງານມາລ້ຽງຊີບຢູ່ໃນຄອບຄົວ. ໃນປີ 1998 ແຕ່ຕົນເອງໄດ້ເກີດເຫດຮ້າຍ ບໍ່ຄາດຝັນ ຕົກເຮືອນຈາກຊັ້ນທີ 2 ລົງສູ່ພື້ນ ຖືກໄມ້ທັບແຂນຫັກທັງສອງເບື້ອງ ໄລຍະນັ້ນຕົນເອງແມ່ນບໍ່ມີເງິນຈະໄປປິ່ນປົວ ຈຶ່ງເຮັດໜັງສືຄໍາຮ້ອງທຸກເຖິງການຈັດຕັ້ງບ້ານ, ທາງບ້ານກໍ່ໄດ້ນຳສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ທາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ອອກບັດເຫຼືອງຄອບຄົວທຸກຍາກໃຫ້ຕົນເອງ. ພາຍຫຼັງໄດ້ບັດເຫຼືອງ ຕົນເອງກໍ່ໄດ້ນຳໃຊ້ບັດດັ່ງກ່າວໄປປິ່ນປົວຢູ່ໂຮງໝໍ 150 ຕຽງ ເປັນເວລາ 2 ເດືອນ ແລ້ວອອກມາປິ່ນປົວຢູ່ເຮືອນອີກ 1 ປີ ກັບ 10 ເດືອນ ຈົນອາການດີຂຶ້ນ ແຕ່ກໍ່ຍັງບໍ່ສາມາດເຮັດວຽກໜັກໄດ້ ແຂນເບື້ອງຂວາພິການ ແລະ ເບື້ອງຊ້າຍແມ່ນດາມເຫຼັກ ແຕ່ນັ້ນມາ ຕົນເອງຈຶ່ງໄດ້ພາຄອບຄົວເຮັດສວນຕາມລະດູການ ແຕ່ຄອບຄົວ ບໍ່ມີທ່າວ່າຈະພັດທະນາຄອບຄົວໄດ້.

ຕົກມາຮອດປີ 2010 ລູກເຂົ້າໂຮງຮຽນກໍ່ເລີ່ມໄດ້ນຳໃຊ້ເງິນ ແຕ່ກົງກັນຂ້າມເງິນເກັບໃນຄອບຄົວກໍ່ບໍ່ມີ ມາຮອດປີ 2011 ຈິ່ງໄດ້ໄປຂໍດິນນຳພີ່ນ້ອງຢູ່ບ້ານຜາຕໍ່ ໄດ້ຈຳນວນໜຶ່ງຕອນ ເນື້ອທີ່ປະມານ 1,5 ເຮັກຕາ ແລະ ໄດ້ຕັດສິນໃຈຝາກລູກໄວ້ໃຫ້ພີ່ນ້ອງເບິ່ງແຍງຊ່ວຍ ແລ້ວຕົນເອງກັບເມຍ ແມ່ນໄດ້ໄປນອນບຸກເບີກເນື້ອທີ່ດັ່ງກ່າວເປັນເວລາ 2 ປີ ມາຮອດປີ 2013 ໄດ້ປູກໝາກກ້ຽງ 600 ຕົ້ນ ຜ່ານການຕິດຕາມ ຕົ້ນໝາກກ້ຽງເຫັນວ່າມີຄວາມເຕີບໂຕໄວ ປີ 2014 ຈິ່ງໄດ້ເອົາແກ່ນໝາກກ້ຽງມາກ້າໄວ້ປູກເອງ ຕໍ່ຈາກນັ້ນມາ ຄອບຄົວຕົນເອງແມ່ນທັງກ້າ ແລະ ປູກເພີ່ມມາເລື້ອຍໆ ມາຮອດປີ 2018 ໝາກກ້ຽງຕົ້ນທີ່ປູກກ່ອນເລີ່ມເປັນໝາກ ແລະສາມາດເກັບຂາຍໄດ້ເງິນ 20.000.000 ກີບ ເຊິ່ງຕົນເອງໄດ້ເອົາເງິນຈຳນວນດັ່ງກ່າວມາຊື້ລົດຊິ້ງ 1 ຄັນ ມູນຄ່າ 15.000.000 ກີບ ສ່ວນເງິນທີ່ເຫຼືອແມ່ນເອົາມາພັດທະນາຄອບຄົວ ແລະ ສົ່ງໃຫ້ລູກຢູ່ທາງບ້ານ. ຮອດປີ 2019-2020 ໄລຍະ 2 ປີນີ້ ເຫັນວ່າໝາກກ້ຽງແມ່ນເປັນໝາກຫຼາຍສົມຄວນ ແຕ່ພະຍາດໂຄວິດ ພັດເຂົ້າມາລາວ ເຮັດໃຫ້ໝາກກ້ຽງບໍ່ໄດ້ຂາຍ ຊ່ວງ 2 ປີ ຂາຍໝາກກ້ຽງໄດ້ແຕ່ 73.000.000 ກີບ ເທົ່ານັ້ນ ເຮັດໃຫ້ໝາກກ້ຽງລົ່ນຄາຕົ້ນຖິ້ມລ້າໆ ມາຮອດປີ 2021 ສາມາດເກັບໝາກກ້ຽງຂາຍໄດ້ 110.000.000 ກີບ ແລ້ວນໍາເອົາເງິນໄປປຸກເຮືອນ 1 ຫຼັງ ມູນຄ່າ 90.000.000 ກີບ ຈໍານວນໜຶ່ງແມ່ນໄປຊື້ດິນຕໍ່ສວນໝາກກ້ຽງຕົນເອງເຮັດຢູ່ປະຈຸບັນ ມາຮອດປີ 2022 ຂາຍໝາກກ້ຽງໄດ້ 200.000.000 ກີບ ມາຮອດປີ 2023 ຂາຍໄດ້ 320.000.000 ກີບ ຕົນເອງໄດ້ຊື້ລົດຮຸນໄດ 1 ຄັນ ມູນຄ່າ 80.000.000 ກີບ, ລົດຈັກອີກ 3 ຄັນ ມູນຄ່າ 40.000.000 ກີບ, ຊື້ດິນນາ 2 ຕອນ ມູນຄ່າ 90.000.000 ກີບ ແລະ ໄປບຸກເບີກເນື້ອທີ່ນາ 1 ເຮັກຕາ ມູນຄ່າ 66.000.000 ກີບ, ຊື້ງົວລ້ຽງ 12 ໂຕ ມູນຄ່າ 100.000.000 ກວ່າກີບ, ມີເງິນເກັບຈຳນວນໜຶ່ງ ລວມເນື້ອທີ່ດິນມີທັງໝົດ 7,5 ເຮັກຕາ ຕົກມາເຖິງ ປີ 2024 ກໍ່ຄືປະຈຸບັນ ຕົ້ນໝາກກ້ຽງຢູ່ສວນຂອງຕົນມີປະມານ 2.800 ກວ່າຕົ້ນ ໃນເນື້ອທີ່ 4,5 ເຮັກຕາ. ສັງລວມແລ້ວລາຍຮັບທີ່ໄດ້ຈາກສວນໝາກກ້ຽງປີໜຶ່ງປະມານ 300 ລ້ານກ່ວາກີບ ແລະ ລາຍຮັບຈາກການຂາຍງົວອີກຈໍານວນໜຶ່ງ, ມາຮອດປະຈຸບັນ ຄອບຄົວຂອງຂະພະເຈົ້າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ ມີເຮືອນຢູ່ແໜ້ນໜາຖາວອນ, ມີລົດຈັກ, ລົດໃຫຍ່, ມີສວນ, ມີນາເຮັດກິນໃນແຕ່ລະປີ, ມີເງິນເກັບຈໍານວນໜຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ.