ໜ້າຫຼັກ / ການເຄື່ອນໄຫວ / ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັັກ ທະນາຄານ ນະໂຍບາຍ ຫ້ອງການປະສານງານ ແຂວງວຽງຈັນຄັ້ງທີ I.

ສຳເລັດກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັັກ ທະນາຄານ ນະໂຍບາຍ ຫ້ອງການປະສານງານ ແຂວງວຽງຈັນຄັ້ງທີ I.

10 Jan 2025 | ສົມ​ສັກ |

       ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 10 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ. ໂດຍມີ ສະຫາຍ ພອນຄຳ ດວງບຸບຜາ ເລຂາຄະນະພັກຮາກຖານ ທະນາຄານ ນະໂຍບາຍ ແຂວງວຽງຈັນ, ມີສະຫາຍ ກອງແພງ ແກ້ວພູທອງ ຮອງຫົວໜ້າຈັດຕັ້ງແຂວງ, ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
อาจเป็นรูปภาพของ 2 คน และ ข้อความ
    ສະຫາຍ ສິນນະກອນ ສຳເພົານົນ ຮອງເລຂາໜ່ວຍພັກໄດ້ຜ່ານບົດລາຍງານການເມືອງທັງສອງພາກ ແລະ ຜ່ານບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັັກ ທະນາຄານ ນະໂຍບາຍ ຫ້ອງການປະສານງານ ແຂວງວຽງຈັນວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານມາໄດ້ສ່ອງແສງໃຫ້ເຫັນຜົນສຳເລັດໃນການຊີ້ນຳ - ນຳພາການຈັດຕັ້ງປະຕິບັດວຽກງານຮອບດ້ານໄດ້ມີຜົນສຳເລັດຫຼາຍດ້ານ ມາຮອດປະຈຸບັນສາມາດເປີດບັນຊີເງິນຝາກຂອງລູກຄ້າກູ້ຢືມເງິນໄດ້ທັງໝົດ: 2.058 ບັນຊີ, ເງິນກູ້ໄດ້ຈໍານວນ: 2.864 ບັນຊີ.ສຳເລັດການສ້າງແຜນສິນເຊື່ອສິນປະຈາປີ ເພື່ອຂໍແຫຼ່ງທຶນກັບສຳນັກງານໃຫຍ່ເພື່ອມາປ່ອຍກູ້ໃຫ້ພໍ່ແມ່ປະຊາຊົນ ໃນແຕ່ລະເມືອງ ແລະ ບ້ານ ທີ່ລັດຖະບານກຳນົດໃຫ້ແຫຼ່ງທຶນເຂົ້າເຖິງ ເຊັ່ນ: ເມືອງທຸກຍາກ, ຈຸດສຸມລັດຖະບານ ແລະຈຸດສຸມທ້ອງຖິ່ນ, ບ້ານສາມສ້າງ ແຫຼ່ງທຶນດອກເບ້ຍຕໍ່າ ໃນປີນີ້ຫ້ອງການປະສານງານໄດ້ຮັບແຫຼ່ງທຶນທັງໝົດ18.5ຕື້ກີບ,ປະຕິບັດໄດ້47%ຂອງແຜນການ,ປະຈຸບັນຫ້ອງການປະສານງານ ມີຍອດສິນເຊື່ອທັງໝົດ 34,8 ຕື້ກີບ ເຂົ້າເຖິງສິນເຊື່ອ ມີ 01 ແຂວງ 06 ເມືອງມີ 67 ບ້ານ,392 ກຸ່ມ ແລະ 2,985 ຄອບຄົວ. ມີ 03 ກຸ່ມເປົ້າໝາຍ 05 ກິດຈະການ ທີ່ພົ້ນເດັ່ນ.ພ້ອມນີ້ສະຫາຍຍັງໄດ້ຜ່ານບົດສຳຫຼວດນຳພາລວມຂອງໜ່ວຍພັກທະນາຄານນະໂຍບາຍຫ້ອງການປະສານງານຕື່ມອີກວ່າ:ຫ້ອງການປະສານງານແຂວງວຽງຈັນມີພາລະບົດບາດໃນການປະຕິບັດແນວທາງນະໂຍບາຍຂອງພັກ-ລັດ,ໃນການສະໜອງສິນເຊືອຊຸກຍູ້ການຜະລິດປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເຊີ່ງປະກອບມີ ຄະນະໜ່ວຍພັກ 2 ສະຫາຍ (ສະຫາຍ ເລຂາ, ຮອງເລຂາ) ມີສະມາຊິກພັກທັງໝົດ 06 ສະຫາຍ (ສໍາຮອງ 1 ສະຫາຍ), ເປັນຍິງ 01 ສະຫາຍ, ແລະ ມີສະຫາຍຄະນະພັກຮາກຖານ ທີ່ສັງກັດຢູ່ ໜ່ວຍພັກ 01 ສະຫາຍ, ມີພະນັກງານ ທັງໝົດ 12 ສະຫາຍ, ເປັນຍິງ 06 ສະຫາຍ, ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະ ບຽບຕ່າງໆທີ່ຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນທີ່ຄະນະພັກຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
อาจเป็นรูปภาพของ 7 คน, ผู้คนกำลังอ่านหนังสือ และ ข้อความ
 อาจเป็นรูปภาพของ 2 คน และ ข้อความ     
      ໃນກອງປະຊຸມຄັ້ງນີ້,ຜູ້ແທນປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ 2 ສະຫາຍ ໂດຍເລືອກໄດ້ ສະຫາຍ ພັນທະວົງ ຄຳພູແກ້ວ ເປັນເລຂາໜ່ວຍພັກ, ສະຫາຍ ສິນນະກອນ ສຳເພົານົນ ເປັນຮອງເລຂາໜ່ວຍພັກ ແລະ ທັງເປັນຜູ້ກວດກາ.
ໃນໂອກາດນີ້ ສະຫາຍ ພອນຄຳ ດວງບຸບຜາ ເລຂາຄະນະພັກຮາກຖານ ທະນາຄານ ນະໂຍບາຍ ແຂວງວຽງຈັນ ກໍ່ໄດ້ໂອ້ລົມຕໍ່ຜູ້ແທນກອງປະຊຸມເຊິ່ງໄດ້ຊີ້ນຳແລະເນັ້ນໜັກໃຫ້ຄະນະໜ່ວຍພັກເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກດ້ວຍຫຼາຍວິທີ, ເອົາໃຈໃສ່ປະຕິບັດຕາມຫລັກການຂອງພັກເປັນຕົ້ົນແມ່ນ5ຫຼັກການ3ທິດນຳ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍເພື່ອສືບຕໍ່ນຳພາສະມາຊິກພັກເຮັດຫຼ້ອນໜ້າທີ່ການເມືອງຂອງພັກໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ສຳເລັດກິດຈະກຳປະຕິບັດທັມກັມມະຖານ ແລະ ຜ້າປ່າສາມັກຄີ ຢູ່ສຳນັກສົງວັງຊ້າງ

  • 31 Jan 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

         ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ມອບເງິນຊົດເຊີຍງວດ 4 ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ADB ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ

  • 30 Jan 2025
  • ແກ້ວ​ອຸ​ດົມ ໄຊ​ຍະ​ລາດ

         ໃນວັນທີ 30 ມັງກອນ 2025...

ອ່ານເພີ່ມ

ການເມືອງ

ພະແນກ ຖວທ ແຂວງວຽງຈັນ ປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງຊາດ.

  • 29 Jan 2025
  • ບຸນ​ມາ ແກ້ວ​ບຸດ​ດາ

      ໃນວັນທີ 29 ມັງກອນ 2025ນີ້,​...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ສູນໄຂ່ຫຼັງ ໂຮງໝໍ ເມືອງໂພນໂຮງ ໄດ້ເປີດນຳໃຊ້ຢ່າງເປັນທາງການ

  • 28 Jan 2025
  • ນັກ​ຂ່າວເມືອງໂພນໂຮງ

           ...

ອ່ານເພີ່ມ