ໜ້າຫຼັກ / ການເຄື່ອນໄຫວ / ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກເມືອງກາສີ ສະໄໝທີ VIII.

ຜົນກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກເມືອງກາສີ ສະໄໝທີ VIII.

09 Jan 2025 | ​ແກ້ວ​ອຸ​ດົມ ໄຊ​ຍະ​ລາດ |

อาจเป็นรูปภาพของ 1 คน และ แท่นบรรยาย
      ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຂຶ້ນລາຍງານ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄົບຄະນະບໍລິຫານງານພັກເມືອງກາສີ ຄັ້ງທີ I ສະໄໝທີ VIII ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ໃນວັນທີ 9 ມັງກອນ 2025 ນີ້ວ່າ:
ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະບໍລິຫານງານພັກເມືອງກາສີ ຄັ້ງທີ I ສະໄໝທີ VIII ໄດ້ເປັນ ເອກະສັນກັນຢ່າງສົມບູນ ເພື່ອເລືອກຕັ້ງເອົາຄະນະປະຈຳພັກເມືອງ ຈຳນວນ 07 ສະຫາຍ, ຍິງ 01 ສະຫາຍ ດັ່ງລາຍຊື່ລຸ່ມນີ້:
อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ
1. ສະຫາຍ ອຳໄພ ໂສລັດຕະນະວົງ
2. ສະຫາຍ ແພງຄໍາ ຈັນທະມຸງຄຸນ
3. ສະຫາຍ ບຸນມີ ບົວລິວັນ
4. ສະຫາຍ ພັທ ກິປັນ ເຮັງປະເສີດ
5. ສະຫາຍ ນ. ມິນທະລາ ສຸມັງຄະລະ
6. ສະຫາຍ ອຳພອນ ສາວະບຸດ
7. ສະຫາຍ ວິໄຊ ດວງນີ້ໄລ
ກອງປະຊຸມໄດ້ຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງກາສີ ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ອຳໄພ ໂສລັດຕະນະວົງ ເປັນເລຂາຄະນະບໍລິຫານງານພັກເມືອງກາສີ.
2. ສະຫາຍ ແພງຄໍາ ຈັນທະມຸງຄຸນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງກາສີ.
3. ສະຫາຍ ບຸນມີ ບົວລິວັນ ເປັນຮອງເລຂາຄະນະບໍລິຫານງານພັກເມືອງກາສີ.
ກອງປະຊຸມໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະທານຄະນະກວດກາພັກເມືອງກາສີ ດັ່ງລາຍຊື່ລຸ່ມນີ້:
1. ສະຫາຍ ວິໄຊ ດວງນີໄລ ເປັນປະທານຄະນະກວດກາພັກເມືອງກາສີ.
2. ສະຫາຍ ສົມພັນ ອິນທະວົງສັກ ເປັນຮອງປະທານຄະນະກວດກາພັກເມືອງກາສີ.
3. ສະຫາຍ ອຸດ ສຸລະມຸງຄຸນ ເປັນຮອງປະທານຄະນະກວດກາພັກເມືອງກາສີ
ສະຫາຍ ນາງ ຈັນທະບູນ ໂພສະລາດ ກ່າວອີກວ່າ: ການເລືອກຕັ້ງເອົາອົງການນໍາສູງສຸດຂອງພັກຜູ້ແທນອົງຄະນະພັກເມືອງກາສີ ຄັ້ງທີ VIII ໃນເທື່ອນີ້ໄດ້ດໍາ ເນີນໄປຢ່າງມີປະຊາທິປະໄຕ, ສະແດງເຖິງສະຕິປັນຍາ ແລະ ຄວາມສາມັກຄີຄວາມເປັນເອກະພາບທີ່ເປັນ ມູນເຊື້ອອັນດີງາມຂອງພັກ, ຮັບປະກັນໄດ້ຫຼັກສະນະສືບທອດ ແລະ ຕໍ່ເນື່ອງການນໍາພາອັນໜັກແໜ້ນຂອງພັກເຮົາ.

Share:

ຂ່າວຫຼ້າສຸດ

ວັດທະນະທຳ-ສັງຄົມ

ສຳເລັດກິດຈະກຳປະຕິບັດທັມກັມມະຖານ ແລະ ຜ້າປ່າສາມັກຄີ ຢູ່ສຳນັກສົງວັງຊ້າງ

  • 31 Jan 2025
  • ບຸນ​ທະ​ວີ ພົມ​ມະ​ສິດ

         ...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ມອບເງິນຊົດເຊີຍງວດ 4 ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ADB ຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ

  • 30 Jan 2025
  • ແກ້ວ​ອຸ​ດົມ ໄຊ​ຍະ​ລາດ

         ໃນວັນທີ 30 ມັງກອນ 2025...

ອ່ານເພີ່ມ

ການເມືອງ

ພະແນກ ຖວທ ແຂວງວຽງຈັນ ປາຖະກະຖາ 3 ວັນປະຫວັດສາດສໍາຄັນຂອງຊາດ.

  • 29 Jan 2025
  • ບຸນ​ມາ ແກ້ວ​ບຸດ​ດາ

      ໃນວັນທີ 29 ມັງກອນ 2025ນີ້,​...

ອ່ານເພີ່ມ

ວັດທະນະທຳ-ສັງຄົມ

ສູນໄຂ່ຫຼັງ ໂຮງໝໍ ເມືອງໂພນໂຮງ ໄດ້ເປີດນຳໃຊ້ຢ່າງເປັນທາງການ

  • 28 Jan 2025
  • ນັກ​ຂ່າວເມືອງໂພນໂຮງ

           ...

ອ່ານເພີ່ມ